ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ຖວທ ເຂົ້າຮ່ວມກອງປະຊຸມປະຊາຄົມ ເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ທີ່ຈາກາຕາ
ຂປລ. ໃນວັນທີ 29 ສິງຫາ 2023 ທີ່ຈາກາຕາ ປະເທດອິນໂດເນເຊຍ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ປະຊາຄົມເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 30
ຂປລ. ໃນວັນທີ 29 ສິງຫາ 2023 ທີ່ຈາກາຕາ ປະເທດອິນໂດເນເຊຍ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ປະຊາຄົມເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 30 ແລະ ໄດ້ປະກອບຄຳຄິດເຫັນ ຕໍ່ການກຳນົດທິດທາງຍຸດທະສາດ ຂອງປະຊາຄົມເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ວ່າ: ອາຊຽນຄວນພັດທະນາ ພາລະບົດບາດຂອງອົງກອນ ໃນພາກພື້ນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບຂະແໜງການຕ່າງໆ ແລະ ການປະສານສົມທົບກັບ ບັນດາເສົ້າຄໍ້າໃນອາຊຽນ ເພື່ອສ້າງຄວາມສາມັກຄີ ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ແລະ ນະໂຍບາຍຕ່າງໆ ເພື່ອຮັບປະກັນ ໃຫ້ປະຊາຊົນ ໄດ້ຮັບຜົນປະໂຫຍດອັນສູງສຸດ. ພ້ອມນັ້ນ, ອາຊຽນຄວນເອົາໃຈໃສ່ໃນການສົ່ງເສີມ ເພື່ອພັດທະນາການລິເລີ່ມ ຂອງທຸລະກິດຈຸນ ລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ ເຊິ່ງນອນໃນແຜນການ ພັດທະນາຮູບແບບສີຂຽວ ແລະ ການພັດທະນາແບບຍືນຍົງ ພາຍໃຕ້ຂອບເຂດການກຳນົດຂອງ ປະຊາຄົມເສົາຄໍ້າວັດທະນະທຳ-ສັງ ຄົມອາຊຽນ. ທັງນີ້, ກໍເພື່ອສ້າງວຽກງານອາຊີບ ແລະ ໂອກາດໃຫ້ກັບປະຊາກອນ ໂດຍສະເພາະ ໄວໜຸ່ມໃນຍຸກສະໄໝໃໝ່ ຂອງສັງຄົມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວອີກວ່າ: ອາຊຽນຄວນສ້າງຄວາມເຂັ້ມແຂງ ໃຫ້ກັບບຸກຄະລະກອນ ແລະ ເພີ່ມຂໍ້ການລິເລີ່ມໃໝ່ຂຶ້ນ ໂດຍຜ່ານກິດຈະກຳ ແລະ ໂຄງການຕ່າງໆ ຂອງອາຊຽນ; ປັດຈຸບັນພວກເຮົາກຳລັງ ຜະເຊີນກັບບັນຫາຕ່າງໆ ທີ່ຄາດບໍ່ເຖິງ ອັນເປັນບັນຫາທີ່ຫຍຸ້ງຍາກ ແລະ ສັບສົນ. ສະນັ້ນ, ອາຊຽນຕ້ອງໄດ້ສືບຕໍ່ເອົາໃຈໃສ່ ການພັດທະນາ ໃຫ້ປະຊາຄົມອາຊຽນ ເປັນຈຸດເຊື່ອມຈອດ ເຊື່ອມໂຍງ, ເຂັ້ມແຂງ, ສາມາດຮັບມື ແລະ ປັບຕົວໃຫ້ເຂົ້າກັບ ສະພາບການຕ່າງໆ, ທັງສາມາດຄາດຄະເນບັນຫາຕ່າງໆ ທີ່ຈະເກີດຂຶ້ນ ແລະ ບັນຫາທ້າທາຍອື່ນໆ ເພື່ອສາມາດຫລີກລ່ຽງ ຜົນກະທົບຂອງບັນຫາດັ່ງກ່າວ ແລະ ຍາດແຍ່ງໂອກາດ ໃນການສ້າງຜົນປະໂຫຍດ ອັນອຸດົມສົມບູນຮ່ວມກັນ ຂອງປະຊາຊົນ ໃນຕໍ່ໜ້າ. ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເຫັນດີ ຕໍ່ການລາຍງານກ່ຽວກັບຜົນກອງປະຊຸມ ເຈົ້າໜ້າທີອາວຸໂສເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 35 ທີ່ຍາມໃດ ກໍມີຄວາມພະຍາ ຍາມ ແລະ ເອົາໃຈໃສ່ໃນການປະກອບສ່ວນ ຂອງຄະນະປະທານ ເຈົ້າໜ້າທີອາວຸໂສເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ແລະ ຄະນະເລຂາທິການອາຊຽນ ເພື່ອຮັບປະກັນໃຫ້ ການເປັນເປັນປະທານ ກອງປະຊຸມອາຊຽນ ຂອງປະເທດອິນໂດເນເຊຍໃນປີນີ້ ໃຫ້ສາມາດຮັບຮູ້ ແລະ ຈັດຕັ້ງປະຕິບັດ ຕາມແຜນແມ່ນບົດປະຊາຄົມ ເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ 2025 ເຊິ່ງເຫັນວ່າໄດ້ມີການ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ຢ່າງກ້າວກະໂດດ. ພ້ອມທັງ, ສະແດງຄວາມຊົມເຊີຍ ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະເລຂາທິິການອາຊຽນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາວຽກ ຂອງປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຫລັງປີ 2025.
ດັ່ງນັ້ນ, ຈຶ່ງຊຸກຍູ້ໃຫ້ອາຊຽນຊ່ວຍກັນ ສ້າງຂໍ້ລິເລີ່ມໃໝ່ ເພື່ອພັດທະນາໂຄງການ ແລະ ເພື່ອກະຕຸ້ນເສດຖະກິດ ໃຫ້ມີການພັດທະນາ, ຍົກລະດັບການດຳລົງຊີວິດ ຂອງປະຊາຊົນ, ສັງຄົມ ແລະ ວັດທະນະທຳ ໃຫ້ດີຂຶ້ນ ເພື່ອຈະໄດ້ສືບຕໍ່ຮັບຮອງ ໃນກອງປະຊຸມສຸດຍອດອາ ຊຽນຄັ້ງທີ 43 ທີ່ຈະຈັດຂື້ນໃນມໍ່ໆນີ້ ເພື່ອໃຫ້ໄດ້ຖືກຮັບຮອງ ແລະ ຮັບໝາຍຈາກບັນດາຜູ້ນຳອາຊຽນ. ທັງເຊື່ອໝັ້ນວ່າເອກະສານສຳຄັນດັ່ງກ່າວ ທີ່ໄດ້ຮັບການສະໜັບສະໜູນ ແລະ ການປະສານສົມທົບ ຈາກຂະແໜງການຕ່າງໆ ທີ່ກ່ຽວຂ້ອງຂອງປະຊາຄົມເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ຈະສາມາດສ້າງຄວາມເຂັ້ມແຂງ ໃນການຮ່ວມມື ແລະ ມິດຕະ ພາບອັນແໜ້ນແຟ້ນຂອງພວກເຮົາ ເພື່ອພັດທະນາ ການຈັດຕັ້ງປະຕິບັດ ຂອງ ວຽກງານອາຊຽນ ກໍຄື ການແລກປ່ຽນຄົນ-ຄົນ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນອາຊຽນ ແລະ ວຽກງານຕ່າງໆ ໃຫ້ສາມາດເຂົ້າເຖິງ ແລະ ຮັບຮູ້ໄດ້ເຖິງນະໂຍບາຍຂອງລັດ ເຊັ່ນ ການເຂົ້າເຖິງການບໍລິການ ດ້ານການສຶກສາ, ສາທາລະນະສຸກ, ການປົກປັກຮັກສາ ສິ່ງແວດລ້ອມ ແລະ ການປັບຕົວ ໃຫ້ເຂົ້າກັບການປ່ຽນແປງ ຂອງດິນຟ້າອາກາດ, ການບໍລິຫານຈັດການ ຕໍ່ໄພພິບັດທາງທຳມະຊາດ, ການຄຸ້ມຄອງແຮງງານຕ່າງດ້າວ ແລະ ການໄປມາຫາສູ່ ການແລກປ່ຽນ ລະຫວ່າງຄົນ-ຄົນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ອີກວ່າ: ເນື່ອງຈາກ ສປປ ລາວ ຈະໄດ້ຮັບກຽດເປັນປະທານ ກອງປະຊຸມອາຊຽນ 2024 ຈຶ່ງສະເໜີມາຍັງບັນດາ ປະເທດສະຊິກອາຊຽນ ລວມທັງຄູ່ຮ່ວມມື ອາຊຽນພາຍນອກ ເພື່ອໃຫ້ການຮ່ວມມື ແລະ ສະໜັບສະໜູນ. ພ້ອມທັງ ສະແດງຄວາມຂອບໃຈມາຍັງບັນ ດາປະເທດສະມາຊິກອາຊຽນ, ບັນດາປະເທດຄູ່ຮ່ວມເຈລະຈາ ທີ່ໄດ້ໃຫ້ການສະໜັບສະໜູນ ໃນການກະກຽມຄວາມພ້ອມ ການເປັນປະທານ ກອງປະຊຸມອາຊຽນຂອງ ສປປ ລາວ ໄລຍະຜ່ານມາ ແລະ ຫວັງວ່າໃນຕໍ່ໜ້າຈະສືບຕໍ່ຮ່ວມມືກັນ ເພື່ອສ້າງເປົ້າໝາຍຮ່ວມກັນ ໃນການສ້າງຄວາມສະຫງົບສຸກ, ຄວາມຍືດຍຸ່ນ, ຄວາມປອງດອງຂອງສັງຄົມ ແລະ ຄວາມອຸດົມສົມບູນ ໃນພາກພື້ນ ແລະ ທົ່ວໂລກ. ພ້ອມດຽວກັນນີ້, ກໍໄດ້ລາຍງານ ການກະກຽມຈັດກິດຈະກຳ ປີທ່ອງທ່ຽວລາວ 2024 ເຊິ່ງຈະປະກອບມີ ງານເທດສະການ ການທ່ອງທ່ຽວ ແລະ ກິດຈະກຳອື່ນໆ ອັນຫລາກຫລາຍ ເພື່ອໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ຢ້ຽມ ຢາມ ສປປ ລາວ.